ພາລະບົດບາດ ແລະ ວິໄສທັດ


ວິທະຍາໄລເຕັກນິກສັບພະວິຊາ ມຸ້ງໝັ້ນມີ່ຈະກາຍເປັນ ສະຖາບັນການສຶກສາ ອາຊີວະສຶກສາ ທີ່ມີຄວາມກ້າວໜ້າໃນການກໍ່ສ້າງນັກວິຊາການທີ່ມີຄຸນນະ ພາບໃນລະດັບນາຍຊ່າງເຕັກນິກຊັ້ນກາງຈົນເຖີງລະດັບນາຍຊ່າງຊັ້ນສູງ ແລະ ວິສະວະກອນໃນຫຼາກຫຼາຍວິຊາການໂດຍສອດຄ່ອງກັບຄວາມຮຽກຮ່ອງຕ້ອງ ການຕົວຈິງຂອງສັງຄົມ ແລະ ພາລະກິດສ້າງສາພັດທະນາປະເທດຊາດ.   ເພື່ອບັນລຸກເປົ້າໝາຍດັ່ງກ່າວ ທາງໂຮງຮຽນໄດ້ຄົ້ນຄ້ວາຫຼັກສູດການຮຽນ - ການສອນຂອງຕົນເອງຂຶ້ນໂດຍອິງໃສ່ມາດຕະຖານຫຼັກສູດຂອງກົມອາຊີວະ ສຶກສາ ແລະ ການສຶກສາຊັ້ນສູງທີ່ໄດ້ຮັບການອານຸມັດຄື:
  1. ຫຼັກສູດໄຟຟ້າພະລັງນ້ຳ      11+3
  2. ຫຼັກສູດໄຟຟ້າສະຖານີ ແລະ ຕາຂ່າຍ  11+2+1.5 ແລະ 9+3
  3. ຫຼັກສູດປຸງແຕ່ງແຮ່     11+2+1.5 ແລະ 9+3
  4. ຫຼັກສູດຊອກຄົ້ນ ແລະ ສຳຫຼວດແຮ່ 11+2+1.5 ແລະ 9+3
  5. ຫຼັກສູດວັດແທກຄຸ້ມຄອງທີ່ດິນ 12+2+1.5 ແລະ 9+3
  6. ຫຼັກສູດ ໄອທີພູມສັນຖານ  12+3
  7. ຫຼັກສູດ ໄອທີອຸດສາຫະກຳ 12+3
  8. ຫຼັກສູດປະເມີນລາຄາຊັບສິນທີ່ດິນ 12+3
  9. ຫຼັກສູດວັດແທກກໍ່ສ້າງ 12+3
  10. ຫຼັກສູດສິ່ງແວດລ້ອມອຸດສາຫະກຳ 12+3
  11. ຫຼັກສູດເຈາະສຳຫຼວດແຮ່ 12+3

ไม่มีความคิดเห็น:

แสดงความคิดเห็น